ເລື່ອງຄວາມສໍາເລັດທາງດ້ານການຄ້າຂອງທ່ານ ສາມາດເລີ່ມຕົ້ນໄດ້ທີ່ນີ້!

ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP) ແມ່ນຈຸດບໍລິການປະຕູດຽວຂອງທ່ານ ສໍາລັບຂໍ້ມູນຂ່າວສານທາງດ້ານການຄ້າ ຢູ່ ສປປ ລາວ ທີ່ລະອຽດ ແລະ ທັນຍຸກທັນເຫດການ. ກະຊວງອຸດສາຫະກໍາ ແລະ ການຄ້າ ມີບົດບາດໃນການຄຸ້ມຄອງ ແລະ ການບໍາລຸງຮັກສາ ສູນຂໍ້ມູນຂ່າວສານ ພ້ອມທັງເປັນຈຸດປະສານງານໃນການສະໜອງຂໍ້ມູນລົງໃນສູນຂໍ້ມູນຂ່າວສານນີ້. ສູນ LTP ເຮັດໜ້າທີ່ເປັນແຫຼ່ງຂໍ້ມູນທີ່ມີຄ່າ ໃຫ້ແກ່ຜູ້ຄ້າ ຊ່ວຍໃຫ້ເຂົ້າເຖິງຂໍ້ມູນທີ່ຫຼາກຫຼາຍ ໄດ້ຢ່າງງ່າຍດາຍ. ໃນສູນແຫ່ງນີ້ ທ່ານຈະພົບແຫຼ່ງຂໍ້ມູນ ແລະ ເອກະສານຕ່າງໆ ທີ່ສໍາຄັນ ເຊັ່ນ: ກົດໝາຍ, ດໍາລັດ, ແຈ້ງການ, ລະບຽບການ, ມາດຕະການທີ່ບໍ່ແມ່ນພາສີ, ຂັ້ນຕອນ ແລະ ແບບຟອມຕ່າງໆ. ຂໍ້ມູນທັງໝົດນີ້ໄດ້ຮັບການຈັດການຢ່າງລະອຽດ ເພື່ອອໍານວຍຄວາມສະດວກໃຫ້ທ່ານ ສາມາດຄົ້ນຫາຂໍ້ມູນຂ່າວສານໄດ້ວ່ອງໄວ ແລະ ມີປະສິດທິພາບ. ບໍ່ວ່າທ່ານຈະກ່ຽວຂ້ອງກັບວຽກງານການນໍາເຂົ້າ, ສົ່ງອອກ ຫຼື ຜ່ານແດນ ກໍ່ຕາມ, ສູນຂໍ້ມູນຂ່າວສານຂອງພວກເຮົາ ຈະຊ່ວຍໄຂຂໍ້ຂ້ອງໃຈກ່ຽວກັບລະບຽບການທີ່ມັກຈະມີຄວາມສັບສົນ ແລະ ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ທຸລະກິດ ໃຫ້ສາມາດແຂ່ງຂັນໃນໂລກຂອງການຄ້າລະຫວ່າງປະເທດ ທີ່ມີການປ່ຽນແປງຕະຫຼອດເວລາ.

ຂໍ້ມູນເພີມເຕີມ

 

ການເຂົ້າເຖິງຂໍ້ມູນທາງດ້ານການຄ້າ

 

ຈະສົ່ງອອກສິນຄ້າໄດ້ແນວໃດ?

ສູນ LTP ໄດ້ແນະນໍາລະອຽດ ກ່ຽວກັບວິທີການຄົ້ນຫາ ຂັ້ນຕອນ ການສົ່ງອອກຈາກປະເທດລາວ. ຊຶ່ງປະກອບມີ ຂໍ້ຮຽກຮ້ອງທາງດ້ານເອກະສານ ຂັ້ນຕອນທາງພາສີ ແລະ ລະບຽບການສົ່ງອອກ ເພື່ອຮັບປະກັນໃຫ້ບັນດາທຸລະກິດ ສາມາດສົ່ງອອກສິນຄ້າຂອງຕົນ ໄປສູ່ຕະຫຼາດສາກົນ ໄດ້ຢ່າງສະດວກວ່ອງໄວ ແລະ ໝັ້ນໃຈ ອີກດ້ວຍ.

 

 

 

ຂໍ້ມູນເພີມເຕີມ

 

 

ຈະນໍາເຂົ້າສິນຄ້າໄດ້ແນວໃດ?

ສູນ LTP ສາມາດຄົ້ນຫາຂໍ້ມູນທີ່ຈຳເປັນ ກ່ຽວກັບການນຳເຂົ້າສິນຄ້າ ມາປະເທດລາວ ໂດຍສະເພາະຂັ້ນຕອນການກວດປ່ອຍສີນຄ້າ ຢູ່ດ່ານພາສີ, ລາຍການອັດຕາພາສີ ແລະ ລະບຽບການຕ່າງໆໃນການນຳເຂົ້າ.

 

 

 

ຂໍ້ມູນເພີມເຕີມ

 

 

ການຄ້າກັບອາຊຽນ

ສະໜອງຂໍ້ມູນຂ່າວສານ ກ່ຽວກັບກາລະໂອກາດ ໃນການເຮັດການຄ້າ ໃນພາກພື້ນອາຊຽນ. ສູນ LTP ໄດ້ສະໜອງຂໍ້ມູນຂ່າວສານ ທີ່ຕິດພັນກັບບັນດາສັນຍາການຄ້າຕ່າງໆຂອງອາຊຽນ, ຂັ້ນຕອນທາງພາສີ ແລະ ການເຂົ້າສູ່ຕະຫຼາດ ຢ່າງເລິກເຊິ່ງ ເພື່ອຊ່ວຍໃຫ້ຜູ້ປະກອບການ ສາມາດຍາດແຍ່ງ ເອົາຜົນປະໂຫຍດ ຈາກປະຊາຄົມເສດຖະກິດທີ່ມີການປ່ຽນແປງ ຕະຫຼອດເວລານີ້

 

 

 

ຂໍ້ມູນເພີມເຕີມ

 

 

ຈຸດສອບຖາມ SPS

ຈຸດສອບຖາມມາດຕະການ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ທີ່ສາມາດສອບຖາມລາຍລະອຽດ ເພີ່ມເຕີມກັບຂະແໜງ ການກ່ຽວຂ້ອງ ໂດຍສະເພາະ ການເຂົ້າເຖິງຂໍ້ມູນທີ່ສໍາຄັນ ກ່ຽວກັບຄວາມປອດໄພ ດ້ານອາຫານ, ລະບຽບການຂອງສຸຂະພາບສັດ ແລະ ພືດ, ແລະ ມາດຕະຖານ SPS ເພື່ອຮັບປະກັນ ຄວາມປອດໄພ  ຂອງການເຄື່ອນຍ້າຍຜະລິດຕະພັນກະສິກໍາ.

 

 

 

ຂໍ້ມູນເພີມເຕີມ

 

 

ຄົ້ນຫາຂັ້ນຕອນການນໍາເຂົ້າ ແລະ ສົ່ງອອກສິນຄ້າ

ພວກເຮົາໄດ້ມີຄວາມພະຍາຍາມໃນການສະໜອງຂໍ້ມູນຂ່າວສານທາງດ້ານການຄ້າໃຫ້ລະອຽດທີ່ສຸດ ແລະ ອອກແບບໃຫ້ນໍາໃຊ້ໄດ້ງ່າຍ ເພື່ອປັບປຸງຂັ້ນຕອນຕ່າງໆ ໂດຍຜ່ານລະບຽບການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ. ພວກເຮົາໄດ້ຄັດຈ້ອນຈາກບັນດາລະບຽບເອກະສານທີ່ລະບຽບການ ມາເປັນຂັ້ນຕອນການນໍາ ເຂົ້າ-ສົ່ງອອກ ແລະ ແບບຟອມທີ່ຈໍາເປັນ ເພື່ອຊ່ວຍໃຫ້ຜູ້ປະກອບການສາມາດຈັດຕັ້ງປະຕິບັດໄດ້ຖືກຕ້ອງ. ສູນ LTP ຈະເຮັດໃຫ້ຂັ້ນຕອນທາງດ້ານການຄ້າໃນ ສປປ ລາວ ມີຄວາມງ່າຍດາຍ ຕໍ່ທ່ານ. ຢ່າພາດທີ່ຈະຕິດຕາມພວກເຮົາ ເພາະພວກເຮົາຈະນໍາພາທ່ານໄປ ສູ່ທຸກຂັ້ນຕອນການນໍາເຂົ້າ-ສົ່ງອອກ ນັບແຕ່ການອອກອະນຸຍາດ, ຢັ້ງຢືນ ຈົນເຖິງຂັ້ນຕອນພາສີ ແລະ ອັດຕາພາສີ ຢ່າງງ່າຍດາຍ.

 

 

ການເລີ່ມຕົ້ນທຸລະກິດໃນ ສປປ ລາວ

ການເລີ່ມຕົ້ນທຸລະກິດໃນ ສປປ ລາວ ເລີ່ມຈາກການຄົ້ນຫາລະບຽບການ ແລະ ຂໍ້ຮຽກຮ້ອງຕ່າງໆ ທີ່ຕິດພັນກັບຂົງເຂດທຸລະກິດຂອງທ່ານ. ຕ້ອງໄດ້ຂຶ້ນທະບຽນທຸລະກິດຂອງທ່ານກັບ ກົມຄຸ້ມຄອງທະບຽນວິສາຫະກິດ (ກະຊວງ ອຸດສາຫະກໍາ ແລະ ການຄ້າ), ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ເມືອງ, ຈາກນັ້ນ, ຍື່ນໜັງສືສະເໜີຂໍໃບອະນຸຍາດດໍາເນີນທຸລະກິດ ນໍາຂະແໜງການທີ່ກ່ຽວຂ້ອງ. ພ້ອມດຽວກັນ, ຍັງຕ້ອງປະຕິບັດຕາມກົດໝາຍແຮງງານ, ລະບຽບການດ້ານສິ່ງແວດລ້ອມ ແລະ ລະບຽບການສະເພາະຂອງຂະແໜງການທີ່ກ່ຽວຂ້ອງອີກດ້ວຍ. ລາຍລະອຽດແມ່ນຂໍຄໍາເຫັນປຶກສາຫາລື ກັບ ຂະແໜງການທີ່ກ່ຽວຂ້ອງ ພາຍໃນ ເພື່ອຊ່ວຍຮັບປະກັນການປະຕິບັດຕາມຂັ້ນຕອນການສ້າງຕັ້ງທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມຄ່ອງຕົວ ແລະ ສອດຄ່ອງ. ໝາຍເຫດ: ຖ້າທຸລະກິດຂອງທ່ານຢູ່ໃນບັນຊີລາຍການທຸລະກິດຄວບຄຸມ ແລະ ໂຄງການສຳປະທານ ທ່ານຕ້ອງໄດ້ຮັບອະນຸມັດ ຈາກກະຊວງແຜນການ ແລະ ການລົງທຶນ. ຂໍ້ມູນເພີ່ມເຕີມ: http://www.investlaos.gov.la/

ເບິ່ງທີ່ນີ້

 

 

 

 

 

ການສົ່ງອອກຕົ້ນຕໍຂອງ ສປປ ລາວ

ໃນປີ 2021, ມູນຄ່າການສົ່ງອອກສິນຄ້າ ຂອງສປປ ລາວ ມີທັງໝົດ 9.22 ຕື້ໂດລາສະຫະລັດ ແລະ ໄດ້ຖືກຈັດເປັນອັນດັບທີ 101 ຂອງໂລກ. ໃນໄລຍະ 5 ປີຜ່ານມາ (2016-2021), ມູນຄ່າການສົ່ງອອກຂອງ ສປປ ລາວ ເພີ່ມຂຶ້ນ 4.14 ຕື້ໂດລາສະຫະລັດ ຈາກ 5.08 ຕື້ໂດລາສະຫະລັດ ໃນປີ 2016 ມາເປັນ 9.22 ຕື້ໂດລາສະຫະລັດ ໃນປີ 2021. ໃນນີ້, ການສົ່ງອອກຕົ້ນຕໍ ແມ່ນໄຟຟ້າ (1.96 ຕື້ໂດລາສະຫະລັດ), ຄໍາ (1.79 ຕື້ໂດລາສະຫະລັດ), ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ (508 ລ້ານໂດລາສະຫະລັດ), ແຮ່ທອງ (339 ລ້ານໂດລາສະຫະລັດ) ແລະ ຢາງພາລາ (300 ລ້ານໂດລາສະຫະລັດ). ປະເທດຄູ່ຄ້າຫຼັກສົ່ງອອກຕົ້ນຕໍ ແມ່ນປະເທດຣາຊະອານາຈັກໄທ (2.99 ຕື້ໂດລາສະຫະລັດ), ສປ ຈີນ (2.48 ຕື້ໂດລາສະຫະລັດ), ສສ ຫວຽດນາມ (1.24 ຕື້ໂດລາສະຫະລັດ), ອົດສະຕາລີ (693 ລ້ານໂດລາສະຫະລັດ), ແລະ ສະວິດເຊີແລນ (253 ລ້ານໂດລາສະຫະລັດ).

ຂໍ້ມູນເພີມເຕີມ

ບັນດາລິ້ງເວັບໄຊ໌ທີ່ເປັນປະໂຫຍດ

ສິ່ງນີ້, ຈະຊ່ວຍໃຫ້ທ່ານສາມາດຄົ້ນຫາເວັບໄຊທ໌ຕ່າງໆ ທິ່ໃຫ້ຂໍ້ມູນຂ່າວສານຢ່າງລະອຽດ ແລະ ທີ່ເປັນປະໂຫຍດ, ລະບຽບການທີ່ທັນຍຸກທັນເຫດການ ແລະ ຄໍາແນະນໍາການປະຕິບັດຕົວຈິງສໍາລັບບຸກຄົນ ແລະ ພາກທຸລະກິດ ທີ່ສົນໃຈຢາກເຮັດການຄ້າຂ້າມແດນໃນພາກພື້ນອາຊຽນ. ກົດເຂົ້າເວັບໄຊທ໌ເຫຼົ່ານີ້ເພື່ອເປີດປະຕູສູ່ການຄ້າຂອງ ສປປ ລາວ ກັບ ສາກົນ ແບບບໍ່ມີຮອຍຕໍ່. ກົດເຂົ້າຫາເວັບໄຊອື່ນໆ



ອັບໂຫຼດລ່າສຸດ

ຂັ້ນຕອນ
ຂັ້ນຕອນການດໍາເນີນການ ແລະ ຄ່າບໍລິການ ການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ
ຂັ້ນຕອນການດໍາເນີນການ ແລະ ຄ່າບໍລິການ ການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ
ຂັ້ນຕອນການຂໍ ໃບອະນຸຍາດນໍາເຂົ້າສໍາລັບສັດທີ່ມີຊີວິດ/ຜະລິດຕະພັນສັດ
ກ່ອນການນໍາເຂົ້າ ຜູ້ປະກອບການຕ້ອງໄດ້ຂໍໃບອະນຸຍາດນໍາເຂົ້າສໍາລັບສັດທີ່ມີຊີວິດ/ຜະລິດຕະພັນສັດ ຈາກຂະແໜງການກ່ຽວຂ້ອງ.
ຂັ້ນຕອນການກວດປ່ອຍສິນຄ້າ ນໍາເຂົ້າ ຢູ່ດ່ານພາສີສາກົນ (ສະບັບປັບປຸງ 2022)
ຂັ້ນຕອນການກວດປ່ອຍສິນຄ້ານໍາເຂົ້າ ຢູ່ດ່ານພາສີສາກົນ ແມ່ນໃຫ້ປະຕິບັດຕາມບົດແນະນຳ ກ່ຽວກັບການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ ເລກທີ 00097/ກພສ, ລົງວັນທີ 06 ມັງກອນ 2017.
ນິຕິກໍາ
ແຈ້ງການ ການນໍາໃຊ້ ໃບທະບຽນວິສາຫະກິດ ສະບັບປັບປຸງໃໝ່ ແລະ ແບບພິມໃໝ່ ກ່ຽວກັບ ວຽກງານທະບຽນວິສາຫະກິດ, ເລກທີ 0151/ກທວ, ລົງວັນທີ 08 ເມສາ 2024.
ແຈ້ງການ ການນໍາໃຊ້ ໃບທະບຽນວິສາຫະກິດ ສະບັບປັບປຸງໃໝ່ ແລະ ແບບພິມໃໝ່ ກ່ຽວກັບ ວຽກງານທະບຽນວິສາຫະກິດ.
ຄໍາແນະນໍາ ກ່ຽວກັບ ການຈັດຕັ້ງປະຕິບັດພັນທະອາກອນມູນຄ່າເພີ່ມ ຜູ້ສະໜອງ ສິນຄ້າດີຈິຕອນ ແລະ ບໍລິການຮູບແບບ ດິຈິຕອນ (Digital Platform) ຫຼື ກິດຈະກໍາການຄ້າທາງເອເລັກໂຕຣນິກ ຈາກຕ່າງປະເທດ ໃຫ້ຜູ້ຊົມໃຊ້ ຢູ່ ສປປ ລາວ, ເລກທີ 0558/ກງ, ລົງວັນທີ 14 ກຸມພາ 2024.
ຄໍາແນະນໍາ ກ່ຽວກັບ ການຈັດຕັ້ງປະຕິບັດພັນທະອາກອນມູນຄ່າເພີ່ມ ຜູ້ສະໜອງ ສິນຄ້າດີຈິຕອນ ແລະ ບໍລິການຮູບແບບ ດິຈິຕອນ (Digital Platform) ຫຼື ກິດຈະກໍາການຄ້າທາງເອເລັກໂຕຣນິກ ຈາກຕ່າງປະເທດ ໃຫ້ຜູ້ຊົມໃຊ້ ຢູ່ ສປປ ລາວ, ເລກທີ 0558/ກງ, ລົງວັນທີ 14 ກຸມພາ 2024.
ລັດຖະບັນຍັດ ເລກທີ 002 ລົງວັນທີ 13 ກຸມພາ 2024 ວ່າດ້ວຍການປັບປຸງມາດຕາ 50 ຂອງລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021.
ລັດຖະບັນຍັດ ເລກທີ 002 ລົງວັນທີ 13 ກຸມພາ 2024 ວ່າດ້ວຍການປັບປຸງມາດຕາ 50 ຂອງລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021.
ແບບຟອມ
ແບບຟອມ ຂໍເປີດລະຫັດເພື່ອນໍາໃຊ້ລະບົບແຈ້ງພາສີປະຕູດຽວ LNSW
ແບບຟອມ ຂໍເປີດລະຫັດເພື່ອນໍາໃຊ້ລະບົບແຈ້ງພາສີປະຕູດຽວ LNSW
ແບບຟອມ ຂໍຜ່ານແດນ ສສ ຫວຽດນາມ
ແບບຟອມ ຂໍຜ່ານແດນ ສສ ຫວຽດນາມ
Lao ແບບຟອມ ຄໍາຮ້ອງຂໍອະນຸຍາດຂຶ້ນທະບຽນວິຊາຊີບເພສັດຊະກໍາ ເພື່ອດໍາເນີນທຸລະກິດຮ້ານຂາຍຍ່ອຍຢາ
Lao ແບບຟອມ ຄໍາຮ້ອງຂໍອະນຸຍາດຂຶ້ນທະບຽນວິຊາຊີບເພສັດຊະກໍາ ເພື່ອດໍາເນີນທຸລະກິດຮ້ານຂາຍຍ່ອຍຢາ
ມາດຕະການ
ຮຽກຮ້ອງໃຫ້ຂໍອະນຸຍາດສົ່ງອອກ: ວັດຖຸທາດລະເບີດທາງອຸດສາຫະກໍາ
ການສົ່ງອອກວັດຖຸທາດລະເບີດທາງອຸດສາຫະກໍາ ຕ້ອງໄດ້ຮັບອະນຸຍາດສົ່ງອອກຈາກກົມອຸດສາຫະກຳປ້ອງກັນຊາດ, ກະຊວງປ້ອງກັນປະເທດ
ຫ້າມນຳເຂົ້າອຸປະກອນຈານຮັບສັນຍານດາວທຽມຂອງຕ່າງປະເທດ
ຫ້າມນຳເຂົ້າຈານຮັບສັນຍານດາວທຽມຕາມແຈ້ງການເລກທີ 55/ຫກ, ລົງວັນທີ 01 ກຸມພາ 2018. ຜູ້ດຳເນີນທຸລະກິດ ຫຼື ຜູ້ຄອບຄອງຈານຮັບສັນຍານດາວທຽມຕ້ອງໄດ້ໄປແຈ້ງ ແລະ ລົງທະບຽນກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງແຂວງ/ນະຄອນຫຼວງ.
ຕ້ອງໄດ້ຮັບອະນຸຍາດສົ່ງອອກສື່ສິ່ງພິມ
ສື່ສິ່ງພິມ ຕ້ອງໄດ້ຮັບອະນຸຍາດສົ່ງອອກຈາກ ກົມສື່ມວນຊົນ, ກະຊວງ ຖວທ

ບົດຄວາມ, ປະກາດ ແລະ ຂ່າວລ່າສຸດ

ບົດຄວາມລ່າສຸດ
ບົດວິເຄາະ ສະຖານະພາບການເປັນຢູ່ຂອງຄົວເຮືອນໃນ ສປປ ລາວ 2020 (ສະບັບພາສາອັງກິດ)
ບົດວິເຄາະ ສະຖານະພາບການເປັນຢູ່ຂອງຄົວເຮືອນໃນ ສປປ ລາວ 2020 (ສະບັບພາສາອັງກິດ)
ສະພາບເສດຖະກິດ ສປປ ລາວ 2023 ໂດຍສັງເຂບ
ສະພາບເສດຖະກິດ ສປປ ລາວ 2023 ໂດຍສັງເຂບ
ສປປ ລາວ: ການປະຕິຮູບມີຄວາມສຳຄັນ ຕໍ່ການຟື້ນຟູ ສະເຖຍລະພາບທາງດ້ານເສດຖະກິດ (ພະຈິກ 2022)
ສປປ ລາວ: ການປະຕິຮູບມີຄວາມສຳຄັນ ຕໍ່ການຟື້ນຟູ ສະເຖຍລະພາບທາງດ້ານເສດຖະກິດ (ພະຈິກ 2022)
ປະກາດລ່າສຸດ
ການນໍາໃຊ້ ໃບທະບຽນວິສາຫະກີດ ແລະ ແບບພິມ ສະບັບປັບປຸງໃໝ່ ເລີ່ມແຕ່ທີ 29 ເມສາ 2024 ເປັນຕົ້ນໄປ
ການປັບປຸງ ໃບທະບຽນວິສາຫະກີດ ແລະ ແບບພິມ ສະບັບໃໝ່ນີ້ແມ່ນເພື່ອອໍານວຍຄວາມສະດວກ ແກ່ການປະກອບຂໍ້ມູນຂອງຜູ້ທີ່ມີຈຸດປະສົງແຈ້ງຂື້ນທະບຽນວິສາຫະກິດ, ປ່ຽນແປງເນື້ອໃນທະບຽນວິສາຫະກິດ, ຍຸບເລີກວິສາຫະກິດ, ຂໍຂໍ້ມູນວິສາຫະກິດ ແລະ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີທະບຽນວິສາຫະກິດ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
ເງື່ອນໄຂສຸຂານາໄມ ຂອງພືດ 4 ຊະນິດ ສຳລັບສົ່ງອອກ ໄປ ສປ ຈີນ
ໃນໄລຍະຜ່ານມາ, ລັດຖະບານລາວ ໄດ້ມີນະໂຍບາຍສົ່ງເສີມການຜະລິດພືດເປັນສິນຄ້າ ເຮັດໃຫ້ມີການແລກປ່ຽນຄ້າຂາຍຜະລິດຕະພັນສິນຄ້າກະສິກໍາ ກັບພາກພື້ນ ແລະ ສາກົນ ນັບມື້ນັບເພີ່ມຂຶ້ນ. ໃນນັ້ນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງນາມຮ່ວມກັບ ອົງການບໍລິຫານພາສີ ແຫ່ງ ສປ ຈີນ ກ່ຽວກັບເງື່ອນໄຂດ້ານສຸຂານາໄມພືດ ສໍາລັບ ການສົ່ງອອກພືດ 4 ຊະນິດ ຄື: ໃບຢາສູບ, ເຂົ້າສານ, ໝາກຖົ່ວສົດ ແລະ ມັນດ້າງ ຂອງ ສປປ ລາວ ໄປ ສປ ຈີນ ເຊິ່ງເຫັນວ່າໄດ້ມີການສົ່ງເສີມການປູກ ແລະ ເກັບຊື້ພືດດັ່ງກ່າວໃນຫຼາຍພື້ນທີ່ ເພື່ອສ້າງລາຍຮັບໃຫ້ປະຊາຊົນ ແລະ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ໂຈະການຈັດເກັບຄ່າບໍລິການແຈ້ງການຜ່ານລະບົບປະຕູດຽວແຫ່ງຊາດ
ໃຫ້ໂຈະການຈັດເກັບຄ່າບໍລິການແຈ້ງການຜ່ານລະບົບປະຕູດຽວແຫ່ງຊາດ (LNSW), ແຕ່ໃຫ້ຈັດເກັບຄ່າບໍລິການດັ່ງກ່າວ ຕາມອັດຕາທີ່ກໍານົດໄວ້ໃນ ລັດຖະບັນຍັດປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ (ສະບັບປັບປຸງ).
ຂ່າວລ່າສຸດ
ມູນຄ່າການຄ້າຕ່າງປະເທດ ປະຈໍາເດືອນ ມີນາ ປີ 2024 ປະຕິບັດໄດ້ 1,268 ລ້ານໂດລາສະຫະລັດ
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາເດືອນ ມີນາ ປີ 2024 ບັນລຸໄດ້ 1,268 ລ້ານໂດລາສະຫະລັດ, ທຽບໃສ່ເດືອນ ກຸມພາ ຜ່ານມາ ແມ່ນເພີ່ມຂື້ນ 15%. ໃນນີ້, ມູນຄ່າສົ່ງອອກບັນລຸໄດ້ 594 ລ້ານໂດລາສະຫະລັດ, ເພີ່ມຂື້ນ 12% ແລະ ມູນຄ່ານໍາເຂົ້າບັນລຸໄດ້ 675 ລ້ານໂດລາສະຫະລັດ, ເພີມຂື້ນ 18%. ສິນຄ້າທີ່ສົ່ງອອກຕົ້ນຕໍ 05 ອັນດັບ ປະກອບມີ: ມັນຕົ້ນ, ຄໍາປະສົມ, ແຮ່ທອງ, ໝາກກ້ວຍ ແລະ ເຈ້ຍ ແລະ ສິນຄ້າທີ່ນໍາເຂົ້າຕົ້ນຕໍ 05 ອັນດັບ ປະກອບມີ: ນໍ້າມັນກາຊວນ, ພາຫະນະທາງບົກ, ອຸປະກອນກົນຈັກ, ເຄື່ອງໄຟຟ້າ ແລະ ເຫຼັກ. (ແຫຼ່ງຂໍ້ມູນ: ກົມພາສີ, ກະຊວງການເງິນ)
ມູນຄ່າການຄ້າຕ່າງປະເທດ ປະຈໍາເດືອນ ກຸມພາ ປີ 2024 ປະຕິບັດໄດ້ 1,101 ລ້ານໂດລາສະຫະລັດ
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາເດືອນ ກຸມພາ ປີ 2024ບັນລຸໄດ້ 1,101 ລ້ານໂດລາສະຫະລັດ, ທຽບໃສ່ເດືອນ ມັງກອນ ຜ່ານມາ ແມ່ນຫລຸດລົງ 16%. ໃນນີ້, ສົ່ງອອກບັນລຸໄດ້ 530 ລ້ານໂດລາສະຫະລັດ, ຫຼຸດລົງ 5.5%. ນໍາເຂົ້າບັນລຸໄດ້ 570 ລ້ານໂດລາສະຫະລັດ, ຫຼຸດລົງ 24%. ສິນຄ້າທີ່ສົ່ງອອກ 5 ອັນດັບຕົ້ນຕໍມີ: ມັນຕົ້ນ, ຄໍາປະສົມ, ແຮ່ທອງ, ເຈ້ຍ ແລະ ແປ້ງມັນຕົ້ນ ແລະ ສິນຄ້າທີ່ນໍາເຂົ້າ 5 ອັນດັບຕົ້ນຕໍມີ: ນໍ້າມັນກາຊວນ, ພາຫະນະທາງບົກ, ອຸປະກອນກົນຈັກ, ເຫຼັກ ແລະ ເຄື່ອງໄຟຟ້າ. (ແຫຼ່ງຂໍ້ມູນ: ກົມພາສີ, ກະຊວງການເງິນ)
ເສີມຂະຫຍາຍວຽກງານການຄ້າ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ
ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ພົບປະລົງນາມເຊັນສັນຍາການຄ້າ ແລະ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດແຜນການຮ່ວມມືດ້ານການຄ້າສອງຝ່າຍ ສໍາລັບ ປິ 2024 ເພື່ອເພີ່ມທະວີ ຮັດແໜ້ນສາຍພົວພັນທາງການຄ້າ ລະຫວ່າງສອງຊາດ.