ໃນວັນທີ 29 ກໍລະກົດ 2022 ນີ້, ຢູ່ສູນວິທະຍາສາດ ແລະ ວັດທະນະ ທຳ ສ ຣັດເຊຍ, ທ່ານ ດານິລ ອາໂວໂດ ປີອານອບ ເລຂານຸການຕີ ປະຈຳສະຖານ ທູດ ສ ຣັດເຊຍ ປະຈຳ ສປປ ລາວ ໄດ້ຖະແຫລງຄວາມຄືບໜ້າການເຄື່ອນໄຫວພິເສດທາງການທະຫານ ຢູ່ອູແກຣນ ເຊິ່ງໄລຍະປະຕິບັດໜ້າທີ່, ກຳລັງປະກອບອາວຸດຣັດເຊຍ ໄດ້ສືບຕໍ່ບຸກໂຈມຕີ ຢູ່ບັນດາເປົ້າໝາຍທາງການທະຫານ ໂດຍໃຊ້ພຽງແຕ່ອາວຸດທີ່ມີຄວາມຊັດເຈນສູງເທົ່ານັ້ນ, ພ້ອມທັງ ສ້າງແລວທາງດ້ານມະນຸດສະທໍາ ເພື່ອອົບພະຍົບພົນລະເຮືອນອອກຈາກເຂດອັນຕະລາຍ, ນັບຕັ້ງແຕ່ການປະຕິບັດງານດັ່ງກ່າວ ປະມານ 3 ລ້ານຄົນ ໄດ້ອົບພະຍົບອອກໄປຢູ່ປະເທດຣັດເຊຍ, ໃນນັ້ນມີເດັກນ້ອຍ 450.000 ຄົນ.

ທ່ານ ດານິລ ອາໂວໂດ ປີອານອບ ໄດ້ໃຫ້ຮູ້ວ່າ: ໃນວັນທີ 22 ກໍລະກົດ 2022 ຜ່ານມານີ້, ໄດ້ມີພິທີລົງນາມເອກະສານກ່ຽວກັບ ການສົ່ງອອກເມັດພືດທາງທະເລຂອງອູແກຣນ ແລະ ການສົ່ງອອກຜະລິດຕະພັນກະເສດຂອງຣັດເຊຍ ເພື່ອຮັບປະກັນການສະໜອງສະບຽງອາຫານ ແລະ ປຸຍຝຸ່ນຂອງຣັດເຊຍ ຢ່າງໂປ່ງໃສ ແລະ ບໍ່ເປັນການຂັດ ຂວາງ, ລວມທັງວັດຖຸດິບໃນການຜະລິດອອກສູ່ຕະຫລາດໂລກ.

ທ່ານ ດານິລ ອາໂວໂດ ປີອານອບ ຍັງໃຫ້ຮູ້ອີກວ່າ: ຕໍ່ການຕັດສິນໃຈ ແລະ ການກະທໍາຫລ້າສຸດຂອງການນຳຣັດເຊຍ, ຢືນຢັນອີກເທື່ອໜຶ່ງ ເຖິງຄວາມຖືກຕ້ອງ ແລະ ທັນເວລາຂອງການເຄື່ອນໄຫວທາງການທະຫານພິເສດ, ຄວາມຈຳເປັນຂອງເປົ້າໝາຍ ວ່າດ້ວຍ ການທຳລາຍຄວາມສາມາດດ້ານການທະຫານຂອງ ອູແກຣນ ແລະ ການປົດປ່ອຍຊູແກຣນຈາກອຸດົມການນາຊີ ຢ່າງໄວວາ, ລົບລ້າງໄພຂົ່ມຂູ່ຕໍ່ຜົນລະເມືອງຂອງອູແກຣນ ແລະ ລົບລ້າງໄພຂົ່ມຂູ່ຕໍ່ພົນລະເມືອງ ສາທາລະນະລັດ ປະຊາຊົນຂອງດອນບັດ (Donbass) ແລະ ຣັດເຊຍ, ເປົ້າໝາຍທັງໝົດນີ້ຈະບັນລຸໄດ້.

ຂ່າວ-ພາບ: ທະນູທອງ

LEAVE A REPLY

Please enter your comment!
Please enter your name here