ລາວ ກຽມພັດທະນາປື້ມຜ່ານແດນເປັນແບບເອເລັກໂຕຣນິກຝັງຊິບ ຄາດລົງທຶນ 18 ລ້ານກວ່າໂດລາ

168

ເພື່ອພັດທະນາປື້ມຜ່ານແດນແບບທຳມະດາ ໃຫ້ເປັນປື້ມຜ່ານແດນແບບອີເລັກໂຕຣນິກຝັງຊິບ (E-Border pass) ທີ່ກວດອ່ານດ້ວຍເຄື່ອງມືທັນສະໄໜ.

ອີງຕາມຂ່າວຄວາມສະຫງົບ ລາຍງານວ່າ: ວັນທີ 29 ພະຈິກ 2022 ຜ່ານມາ ໄດ້ມີພິທິເຊັນບົດບັກທຶກຄວາມເຂົ້າໃຈ (MOU) ລະຫວ່າງກະຊວງປ້ອງກັນຄວາມສະຫງົບ ຕ່າງໜ້າໂດຍກົມໃຫຍ່ພາລາທິການ ກັບໂຮງພິມ ໂຊກພາໄຊ ຈຳກັດ ໃນໂຄງການພັດທະນາປຶ້ມຜ່ານແດນທຳມະດາ ໃຫ້ເປັນປຶ້ມຜ່ານແດນແບບອີເລັກໂຕຣນິກຝັງຊິບ (E-Border pass) ມູນຄ່າການລົງທຶນ 18.666.000 ໂດລາສະຫາລັດ, ເຊັນລົງນາມໂດຍ ພົຈວ ໜູຈອນ ກ້ອນທອງດຳ ຮອງຫົວໜ້າກົມໃຫຍ່ພາລະທິການ ແລະ ທ່ານ ນາງ ສຸນັດຕາ ລິດປັນຍາ ອຳນວຍການໂຮງພິມໂຊກພາໄຊ ຈຳກັດ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະພັກ-ຄະນະບັນຊາອ້ອມຂ້າງກະຊວງ, ກົມໃຫຍ່ພະລາທິການ ແລະ ບໍລິສັດເຂົ້າຮ່ວມ.

ການຈັດຕັ້ງປະຕິບັດການລົງທຶນ ເພື່ອພັດທະນາໂຄງການດັ່ງກ່າວ ມີຄວາມປະສົງຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ໃນການພັດທະນາປື້ມຜ່ານແດນແບບທຳມະດາ ໃຫ້ເປັນປື້ມຜ່ານແດນແບບອີເລັກໂຕຣນິກຝັງຊິບ (E-Border pass) ທີ່ກວດອ່ານດ້ວຍເຄື່ອງມືທັນສະໄໜ. ພາຍຫຼັງໄດ້ຮັບຜິດຊີ້ນຳກົມວິຊາສະເພາະ ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດຕາມທິດຊີ້ນໍາຂອງຂັ້ນເທິງບົນພື້ນຖານ ລະບຽບກົດໝາຍທີ່ກ່ຽວຂ້ອງ ໄດ້ຄົ້ນຄວ້າປຶກສາຫາລືຮ່ວມກັບ ບໍລິສັດ ເພື່ອເອກະພາບເນື້ອໃນຂອງແຕ່ລະຝ່າຍທີ່ມີຄວາມສົນໃຈຮ່ວມກັນ, ໄດ້ສັງລວມເອົາເຂົ້າຄົ້ນຄວ້າໃນກອງປະຊຸມຄະນະ ຄລທ ປກສ ຄັ້ງວັນທີ 6 ກັນຍາ 2012, ຜົນກອງປະຊຸມແມ່ນ ເຫັນດີໃຫ້ໂຮງພິມປັບປຸງເຈດຈຳນົງ ລະອຽດຄືນໃໝ່ ແລ້ວໃຫ້ກົມໃຫຍ່ພະລາທິການເປັນໃຈກາງປະສານງານ.

ມາຮອດວັນທີ 3 ພະຈິກ 2022, ໄດ້ມີຄຳເຫັນຂອງທ່ານຮອງລັດຖະມົນຕີ ໃສ່ໜັງສືລາຍງານໂຮງພິມໂຊກພາໄຊ ສະບັບເລກທີ 067/ຊຊ, ລົງວັນທີ 17 ຕຸລາ 2022 ມີຄຳເຫັນໃຫ້ ກົມໃຫຍ່ພະລາທິການ ຄົ້ນຄວ້າສຶກສາຄວາມເປັນໄປໄດ້ຮ່ວມກັບອຳນວຍການໂຮງພິມ ເພື່ອນຳມາລາຍງານຄະນະນໍາກະຊວງພິຈາລະນາ, ສ່ວນຮູບແບບການລົງທຶນແມ່ນກົມໃຫຍ່ສັນຕິບານ ເປັນເຈົ້າຂອງໂຄງການໂຮງພິມໂຊກພາໄຊ ເປັນຜູ້ລົງທຶນ 100% ມູນຄ່າການລົງທຶນ 18.666.000 ໂດລາສະຫະລັດ; ການແປງປັນຜົນປະໂຫຍດກະຊວງປ້ອງກັນຄວາມສະຫງົບ 30%; ໂຮງພິມ 70%, ໄລຍະການຮ່ວມທຸລະກິດ 40 ປີ.

ມາຮອດວັນທີ 28 ພະຈິກ 2022 ຈຶ່ງໄດ້ຮັບການອະນຸມັດຂໍ້ຕົກລົງຈາກທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2107/ປກສ ວ່າດ້ວຍການເຫັນດີ ໃຫ້ກົມໃຫຍ່ພະລາທິການເຊັນບົດບັນທຶກຄວາມເຂົ້າໃຈ MOU ຮ່ວມກັບໂຮງພິມໂຊກພາໄຊ ຈຳກັດ ຢ່າງເປັນທາງການ.